ປະຫວັດຫຍໍ້ຂອງທ່ານສຸພານຸວົງ

ທ່ານສຸພານຸວົງ ເກີດເມື່ອວັນທີ 13 ເດືອນ ກໍລະກົດ ປີ 1909 ທີ່ ແຂວງຫຼວງພະບາງ ເປັນເຊື້ອເຈົ້າລ້ານຊ້າງຫຼວງພະບາງ ເຊິ່ງເປັນປະທານປະເທດລາວ ຜູ້ທຳອິດ.
  ປະທານ ສຸພານຸວົງ ເປັນ ບຸດນຶ່ງໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບູນຄົງກັບ ເຈົ້າຍິ່ງຄຳອ້ວນ.
ທ່ານສຸພານຸວົງໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫຼວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບານລີແຊອັນແບຊາໂລ ທີ່ ຮ່າໂນ້ຍ ເຮັດໃຫ້ເພີ່ນມີຄວາມສຳພັນຢ່າງໜຽວແໜ້ນກັບ ຫວຽດນາມ ມາຕະຫຼອດຊີວິດ ເພີ່ນສາມາດເວົ້າໄດ້ສາມພາສາຄື: ພາສາຝຣັ່ງ,ພາສາຫວຽດນາມ,ພາສາອັງກິດ ໄດ້ດີ.
 ເພີ່ນໄດ້ເຂົ້່າຮ່ວມຂະບວນການຕໍ່ສຼ້ຕ້ານຝຮັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ ເມືອງທ່າແຂກ ລະຫວ່າງໜີຂ້າມແມ່ນນ້ຳຂອງ ຂ້າມໄປຝັງໄທໃນ ປີ ຄສ 1946 ເພີ່ນໄດ້ສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວ ໃນເມືອງຊຳເໜຶອ,ແຂວງຫົວພັນໃນປີ ຄ.ສ 1949  ພາຍໃຕ້ການສະໜັບສະໜູນຂອງທ່ານໂຮຈີມິນ ເຊິ່ງຕໍ່ມາມາເປັນຂະບວນການກອມມູນິດປະເທດລາວກໍສາມາດປົດປ່ອຍພຶ້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະໄດ້ ຕັ້ງຖານທີ່ໝັ່ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງຊຳເໜືອ ແຂວງຫົວພັນ ແລະ ແຂວງ ຜົ້ງສາລີ

ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແນ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນປະຖາປະນາ ເປັນປະເທດ ສາຖາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານກໍ່ໄດ້ຮັບເລືອກເປັນປະທ່ານປະເທດ ແລະ ປະທານສະພາປະຊາຊົນສູງສຸດ ຜູ້ທຳອິດ.ພ້ອມກັນນັ້ນທ່ານກໍ່ໄດ້ສະຫຼະຖານະເຈົ້າຊາຍຕັ້ງແຕ່ສະໄໝເກົ່າ.ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ຈົນເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳແໜ່ງປະທານປະເທດຈົນເຖິງປີ ຄ.ສ 1968 ຈຶ່ງລ່າອອກ ຍ້ອມເພີ່ມມີບັນຫາທາງດ້ານສຸຂະພາບ.ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະລັດຊົນຄັ້ງສຸດທ້າຍໃນສະໄໝປະຊຸ່ມພັກຄັ້ງທີ່5 ເມຶອເດຶອນ ມີນາ ປີ 1991.


ທ່ານໄດ້ເຖິງແກ່ກຳໃນວັນທີ່ 9 ມັງກອນ 1995 ທີ່ນະຄອນຫຼວງວຽງຈັນ

















ไม่มีความคิดเห็น:

แสดงความคิดเห็น

ວິທະຍາໄລ ທອງສະບາ ບໍ່ແກ້ວ